ໜ້າທີຂອງຂະແໜງ ແຜນການ-ການເງີນ ອິງຕາມຂໍ້ຕົກລົງເລກທີ່ 138/ປທສ,ລົງວັນທີ 27/ມັງກອນ/2012.
1.ຈັດຕັ້ງປະຕິບັດມະຕິ,ຄຳສັງ,ແຈ້ງການ,ຂໍ້ກຳນົດ,ລະບຽບ ແລະ ກົດໝາຍທີກ່ຽວຂອງກັບວຽກງານໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ.
2.ເປັນເຈົ້າການໃນການສ້າງແຜນໃນໄລຍະສັ້ນ,ໄລຍະກາງ,ໄລຍະຍາວແຜນວຽກ,ແຜນຄົນແຜນເງີນໃນການພັດທະນາວຽກງານຈັດຕັ້ງ ແລະ ບໍລິຫານໃນຂອບເຂດຂອງຕົນ.
3.ຄຸ້ມຄອງປົກປັກຮັກສາຄວາມສະອາດ,ໄຟ້ຟ້າ,ນ້ຳປະປາ,ຊັບສົມບັດຄົງທີທຸກສະຖານທີ່ໆຂື້ນກັບພະແນກ ປທສ ແຂວງຄຸ້ມຄອງ.
4.ຈັດຕັ້ງປະຕິບັດມະຕິ,ຄຳສັງ,ຂໍ້ຕົກລົງ,ແຈ້ງການລະບຽບ ແລະ ກົດໝາຍທີທາງແຂວງ,ກະຊວງ ແລະ ລັດຖະບານວາງອອກກໍ່ຄືທາງພະແນກ ປທສ ແຂວງ.
5.ຄຸ້ມຄອງລາຍຮັບ-ລາຍຈ່າຍຕາມລະບຽບຂອງກະຊວງວາງອອກ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານຕາມລະບຽບກົດໝາຍຂອງລັດ.
6.ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳເດືອນ,ປະຈຳງວດ 6 ເດືອນ ແລະ ປີຂອງພະແນກ.
7.ຄຸ້ມຄອງ,ນຳໃຊ້ ແລະ ປົກປັກຮັກສາຊັບສົມບັດຂອງພະແນກ ປທສ ແຂວງ.
8.ສັງລວມ ແລະ ເກັບກຳສະຖິຕິຈາກບັນດາໜ່ວຍງານ ແລະ ຫ້ອງການ ປທສ ແຂວງ ປະຈຳເມືອງ,ແຂວງເພື່ອລາຍງານໃຫ້ແຂວງ/ນະຄອນຫລວງ ແລະ ກະຊວງສາຍຕັ້ງ.
9.ສະຫຼຸບລາຍຮັບ-ລາຍຈ່າຍງົບປະມານ ແລະ ວິຊາການປະຈຳເດືອນ,ປະຈຳງວດ,ປະຈຳປີຂອງພະແນກ ປທສ ແຂວງ ລາຍງານສະພາບການຕ່າງໆກ່ຽວກັບການຈັດເກັບລາຍຮັບ-ລາຍຈ່າຍເຂົ້າຫງົບປະມານແຂວງໃຫ້ພາກສ່ວນກ່ຽວຂ້ອງຮັບຊາບ.
10.ນຳໃຊ້ຫງົບປະມານ,ພາຫະນະ,ວັດຖຸອຸປະກອນຕ່າງໆຕາມການມອບໝາຍ ແລະ ການປະຕິບັດລະບຽບຫລັກການຂອງລັດ.
11.ການປະສານສົມທົບກັບພະແນກການເງີນແຂວງໃນການຄຸ້ມຄອງ,ຕິດຕາມ ,ກວດກາ ແລະ ສະເໜີເບີກຈ່າຍເງີນເດືອນ,ເງີນບໍລິຫານ ແລະ ເງີນອຸດໜູນນະໂຍບາຍຕ່າງໆ,ຕາມແຜນການຂອງສົກຫງົກປະມານ.
12.ເຂົ້າຮ່ວມກອງປະຊຸມ ປຶກສາຫາລືວຽກງານຕ່າງໆ ທີກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນ,ສະເໜີຄຳຄິດຄຳເຫັນເຂົ້າໃນການປັບປຸງ,ປ່ຽນແປງໂຄງປະກອບການຈັກຕັ້ງບຸຄະລາກອນ ແລະ ລະບຽບກົດໝາຍຂອງລັດ.
13.ກວດກາ ແລະ ປະເມີນຜົນສຳເລັດຂອງໂຄງການລົງທືນຂອງລັດໃນຂອບເຂດຄວາມຮັບຜິດຊອບ ຂອງພະແນກ ປທສ ແຂວງ .
14.ເກັບຄ່າທຳນຽມ,ຄ່າບໍລິການ ແລະ ຄ່ານຳໃຊ້ສັບພະຍາກອນໂທລະຄົມມະນາຄົມ.
15.ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຄະນະພະແນກ.